ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍ​ປະເທດ ຄັດຄ້ານ​ການ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ ທຸກ​ຮູບ​ແບບ


ທ່ານ​ ນາງ ມາ​ເຣຍ ຊາ​ຮະ​ໂຣ​ວາ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ ຣັດ​ເຊຍ

     ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 16 ມັງກອນ 2024 ນີ້, ພາຍຫຼັງ​ຜົນ​ການ​ເລືອກ​ຕັ້ງ 2 ສະບັບ​ຢູ່​ເຂດ​ໄຕ້​ຫວັນ​ປີ 2024
ຖືກ​ປະກາດ, ທ່ານ​ ນາງ ມາ​ເຣຍ ຊາ​ຮະ​ໂຣ​ວາ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ ຣັດ​ເຊຍ ກ່າວ​ວ່າ: ຣັດ​ເຊຍ ຄັດຄ້ານ​ການ​ແບ່ງ​ແຍກ​
ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ​ທຸກ​ຮູບ​ແບບ, ຮຽກຮ້ອງ​ໃຫ້​ອິດ​ທິ​ກຳລັງ​ພາຍ​ນອກ​ທັງ​ໝົດ​ຢ່າ​ໃຊ້​ການເຄື່ອນໄຫວ​ທ້າ​ທາຍ​ທີ່​ຈະ​ທຳລາຍ​ສະ
ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ​ຄວາມ​ໝັ້ນຄົງ​ສາກົນ.

     ຕໍ່​ກັບ​ເລື່ອງ​ດັ່ງກ່າວ, ວັນ​ທີ 15 ມັງກອນ, ທ່ານ​ນາງ ເໝົາ​ນີງ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ
​ໃນ​ກອງ​ປະຊຸມ​ຖະແຫຼງ​ຂ່າວ​ວ່າ: ຈີນ​ຊົມເຊີຍ​ຫຼັກ​ໝັ້ນ​ຂອງ​ຣັດ​ເຊຍ. ທີ່​ຈິງ​ແລ້ວ, ນອກຈາກ​ຣັດ​ເຊຍ, ມາ​ຮອດ​ປັດຈຸບັນ​ນີ້​ໄດ້​ມີ​ຫຼາຍ​ປະ
ເທດ ແລະ​ອົງ​ການຈັດຕັ້ງ​ສາກົນ, ລວມ​ທັງ​ຣັດ​ເຊຍ, ອິນ​ໂດ​ເນ​ເຊຍ, ຫວຽດນາມ, ກຳປູເຈຍ, ລາວ, ບັງ​ກລາ​ເດັດ, ຟີ​ລິບ​ປິນ ແລະ​ອື່ນໆ,
ກໍ​ໄດ້​ກ່າວ​ຢ້ຳ​ຢ່າງ​ເປີດເຜີຍ​ວ່າ: ຈະ​ປະຕິບັດ​ຕາມ​ຫຼັກການ​ປະເທດ​ຈີນ​ດຽວ​ດ້ວຍ​ຮູບ​ການ​ຕ່າງໆ ເຊັ່ນ: ອອກ​ຖະແຫຼງການ, ອອກ​ປະກາດ​
ແຈ້ງ​ການ, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ແລະ​ອື່ນໆ, ເດັດດ່ຽວ​ສະໜັບສະໜູນ​ຈີນ​ປົກ​ປ້ອງ​ອະທິປະ​ໄຕ ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​
ຊາດ, ຄັດຄ້ານ “ການ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ” ທຸກ​ຮູບ​ແບບ, ສະໜັບສະໜູນ​ພາລະກິດ​ເຕົ້າໂຮມ​ປະເທດ​ຊາດ​ໃຫ້​ເປັນ​
ເອກະ​ພາບ​ກັນ​ຂອງ​ຈີນ.

     ທ່ານ​ ນາງ ເໝົາ​ນີງ ຍັງ​ກ່າວ ​ຕື່ມ​ວ່າ: ນີ້​ແມ່ນ​ສຽງ​ເປັນ​ທຳ ແລະ​ ສຽງ​ສັນຕິພາບ​ຈາກ​ປະຊາ​ຄົມ​ໂລກ, ເຊິ່ງ​ສະແດງ​ໃຫ້​ເຫັນ​ເຖິງ​
ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ເດັດດ່ຽວ​ປົກ​ປ້ອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ແລະ ​ຫຼັກ
​ການ​ພື້ນຖານ​ດ້ານ​ການ​ພົວພັນ​ສາກົນ, ເປັນ​ຕົວ​ແທນ​ຂອງ​ກະແສ​ຍຸກ​ສະໄໝ ແລະ​ ທ່າ​ອ່ຽງ​ຂອງ​ປະຫວັດສາດ. ພວກ​ເຮົາ​ຂໍ​ສະແດງ
​ຄວາມ​ຂອບໃຈ​ຕໍ່​ປະເທດ​ເຫຼົ່າ​ນີ້​ທີ່​ເຂົ້າໃຈ ແລະ​ສະໜັບສະໜູນ​ຫຼັກການ​ຄວາມ​ເປັນ​ທຳ​ຂອງ ​ຈີນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/01/2024